ປະຫວັດຄວາມເປັນມາຂອງວິທະຍາໄລເຕັກນິກລາວ - ເຢຍລະມັນ
ວິທະຍາໄລເຕັກນິກລາວ-ເຢຍລະມັນ ເປັນວິທະຍາໄລອາຊີວະສຶກສາແຫ່ງໜຶ່ງທີ່ມີຊື່ສຽງໃນການສ້າງກຳລັງແຮງງານທີ່ມີຄຸນນະພາບ, ທັກສະສີມືທີ່ດີ ເປັນທີ່ຍອມຮັບຂອງສັງຄົມ, ຜູ້ຊົມໃຊ້ ແລະ ສະຖານປະກອບການ ທັງພາຍໃນ, ພາກພື້ນ ແລະ ສາກົນມາໄດ້ຍາວນານຫລາຍກວ່າ 60 ປີ ມາແລ້ວ.
• ນັບແຕ່ປີ 1964 ສະຖານທີ່ແຫ່ງນີ້ໄດ້ສ້າງຕັ້ງເປັນບ່ອນຝຶກອົບຮົມຊ່າງສີມືໃຫ້ແກ່ຊາວໜຸ່ມລາວ ໂດຍການຮ່ວມມືລະຫວ່າງ ລັດຖະບານລາວ ແລະ ລັດຖະບານສາທາລະນະລັດ ສະຫະພັນເຢຍລະມັນ ໃຫ້ຊື່ວ່າ:
“ ໂຮງຮຽນມັດທະຍົມການຊ່າງລາວ-ເຢຍລະມັນ ”.
ໃນປີ • ໃນປີ 1975, ຫຼັງຈາກໄດ້ຮັບການປົດປ່ອຍເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີການປ່ຽນແປງ ແລະ ປັບປຸງສະຖານທີ່ແຫ່ງນີ້ໃຫ້ກາຍເປັນບ່ອນຝຶກອົບຮົມຊ່າງສີມືໃນພາກອຸດສາຫະກຳ ແລະ ໄດ້ປ່ຽນຊື່ມາເປັນ
“ ໂຮງຮຽນການຊ່າງຊັ້ນກາງວຽງຈັນ”.
• ໃນປີ 1993 ໄດ້ຮັບການສະໜັບສະໜຸນ ພາຍໃຕ້ໂຄງການອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ລາວ-ເຢຍລະມັນ ແລະ ໄດ້ປ່ຽນຊື່ມາເປັນ:
“ ໂຮງຮຽນເຕັກນິກລາວ-ເຢຍລະມັນ ”.
• ໃນປີ 2015 ໄດ້ມີການປັບປຸງພື້ນຖານໂຄງລ່າງຂື້ນຕື່ມ ພ້ອມໄດ້ພັດທະນາຂື້ນປ່ຽນຊື່ເປັນ: “ ວິທະຍາໄລເຕັກນິກລາວ-ເຢຍລະມັນ ” ຈົນເຖິງປັດຈຸບັນ.
• ໃນວັນທີ 18 ທັນວາ 2020 ໄດ້ມີການເປີດນຳໃຊ້ວິທະຍາເຂດໃໝ່
• ໃນປັດຈຸບັນ, ວິທະຍາໄລເຕັກນິກລາວ-ເຢຍລະມັນ ມີ 2 ວິທະຍາເຂດຄື:
- ວິທະຍາເຂດຫຼັກ 3: ຕັ້ງຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
- ວິທະຍາເຂດຊຽງດາ: ຕັ້ງຢູ່ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ไม่มีความคิดเห็น:
แสดงความคิดเห็น