ທ່ານ ຮອງລັດຖະມົນຕີ ສສກ ຢ້ຽມຢາມ ວິທະຍາໄລເຕັກນິກລາວ-ເຢຍລະມັນ - lgtcblogspot

ຄະນະຜູ້ບໍລິຫານວິທະຍາໄລເຕັກນິກລາວ-ເຢຍລະມັນ

ເລືອກພາສາ

Monday, March 4, 2024

ທ່ານ ຮອງລັດຖະມົນຕີ ສສກ ຢ້ຽມຢາມ ວິທະຍາໄລເຕັກນິກລາວ-ເຢຍລະມັນ


ໃນຕອນບ່າຍວັນທີ 30 ມັງກອນ 2024 ທ່ານ ກິ່ງມະໂນ ພົມມະຫາໄຊ  ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຢ້ຽມຢາມວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍເປັນກຽດ ຕ້ອນຮັບຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າພະແນກ/ພາກວິຊາ ເຂົ້າຮ່ວມ.

ການຢ້ຽມຢາມຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ພາຍຫຼັງທີ່ທ່ານໄດ້ມາຮັບຕຳແໜ່ງໃໝ່ ທີ່ກະຊວງສຶກສາທິການ ແລະ ກິລາ. ໃນໂອກາດດັ່ງກ່າວ ທ່ານ ຄຳສະໄຫວ ຍ່ອມມີລາວົງ ໄດ້ລາຍງານ ສະພາບການເຄື່ອນໄຫວຂອງວິທະຍາໄລໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຜົນງານ, ຜົນສຳເລັດ, ຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍຕ່າງໆ ໃຫ້ທ່ານໄດ້ຮັບຊາບ.


ພ້ອມນັ້ນ ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກັບຄະນະນຳຂອງວິທະຍາໄລ ໃນການປະຕິບັດແຜນພັດທະນາວິທະຍາໄລໃນອະນາຄົດ ໂດຍໃຫ້ເອົາໃຈໃສ່ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ຕິດພັນກັບວຽກງານວິຊາສະເພາະ, ການຮຽນ-ການສອນ, ການພົວພັນຮ່ວມມືກັບສາກົນ ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ກ້າວໜ້າຂຶ້ນເລື້ອຍໆ.








No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();