ວິທະຍາໄລເຕັກນິກລາວ-ເຢຍລະມັນ (ວຕລຢ) ປະກາດຮອງຜູ້ອຳນວຍການ ຈຳນວນ 2 ທ່ານ - lgtcblogspot

ຄະນະຜູ້ບໍລິຫານວິທະຍາໄລເຕັກນິກລາວ-ເຢຍລະມັນ

ເລືອກພາສາ

Monday, March 4, 2024

ວິທະຍາໄລເຕັກນິກລາວ-ເຢຍລະມັນ (ວຕລຢ) ປະກາດຮອງຜູ້ອຳນວຍການ ຈຳນວນ 2 ທ່ານ

ຕອນບ່າຍວັນສຸກ ວັນທີ 19 ມັງກອນ 2024 ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະກາດການແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ IV (ຮອງຜູ້ອໍານວຍການ) ຈໍານວນ 2 ຕໍາ ແໜ່ງ, ໂດຍແຕ່ງຕັ້ງ ທ່ານ ບຸນທະວີ ສີພອນພັດ ຫົວໜ້າພາກວິຊາໄຟຟ້າເອເລັກໂຕຣນິກ ແລະ ທ່ານ ອຳພູວາ ອຸດົມເພັດ ຫົວໜ້າພາກວິຊາກົນຈັກໜັກ-ກົນຈັກກະສິກຳ ເປັນຮອງຜູ້ອຳນວຍການ. ເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວຕລຢ ແລະ ພ້ອມນັ້ນ ຍັງມີຮອງຫົວໜ້າກົມອາຊີວະສຶກສາ,ຮອງຫົວໜ້າກົມກວດກາ, ຫົວໜ້າພະແນກປ້ອງກັນພັກ-ປ້ອງກັນພາຍໃນ, ບັນດາ ຜູ້ອໍານວຍການ,ຮອງອຳນວຍການ ສະຖາບັນ, ວິທະຍາໄລອ້ອມຂ້າງ, ຄູ-ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ. 

ໃນພິທີ ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມອາຊີວະສຶກສາ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ປະເພດ IV ຂອງວິທະຍາໄລເຕັກນິກລາວ-ເຢຍລະມັນ. ພ້ອມນັ້ນ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ປະທານ ຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ແຂກ ແລະ ຜູ້ເຂົ້າຮ່ວມທັງໝົດ.

ມາຮອດປັດຈຸບັນ ວິທະຍາເຕັກນິກລາວ-ເຢຍລະມັນ ມີຜູ້ອຳນວຍການ 1 ທ່ານ ແລະ ຮອງຜູ້ອຳນວຍການ ຈຳນວນ 3 ທ່ານ










No comments:

Post a Comment

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();